ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ກັບ​ປະເທດ​ຕາເວັນຕົກ ສະກັດ​ກັ້ນ​ບໍ່ໃຫ້​ໂລກ​ມີ​ຫຼາຍ​ຂົ້ວ

     ໃນ​ການ​ອະພິປາຍ​ທົ່ວ​ໄປ​ຂອງສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (​ສປຊ) ຄັ້ງ​ທີ 78 ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆມານີ້, ຜູ້ນຳ​ການ
ເມືອງ​ສຳຄັນ​ຫຼາຍ​ປະເທດ​ໄດ້​ກ່າວ​ປະນາມ​ປະເທດ​ຕາເວັນຕົກ​ທີ່​ນຳ​ໂດຍ​ອາ​ເມ​ຣິ​ກາ​ນັ້ນ, ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນ​ຢູ່​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​
ບໍ່​ຢຸດ​ຢັ້ງ ເພື່ອ​ຮັກສາ​ສິດ ແລະ ​ຜົນ​ປະໂຫຍດ ແລະ ​ຄວາມ​ເປັນ​ເຈົ້າ​ອຳນາດ​ສ່ວນ​ຕົວ ແລະ​ ຮຽກຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດຕິ​ການ​ລົງໂທດ
​ແຕ່​ຝ່າຍ​ດຽວ​ຢ່າງ​ຜິດ​ກົດໝາຍ​ຕໍ່​ປະເທດ​ພວມ​ພັດທະນາ. ທ່ານ ເຊີ​ເກ ລາບ​ຣັອບ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຣັດ​ເຊຍ ກ່າວ​ວ່າ:
ອາ​ເມ​ຣິ​ກາ ກັບ​ປະເທດ​ຕາເວັນຕົກທີ່​ຖື​ອາ​ເມ​ຣິ​ກາ​ເປັນ​ຜູ້ນຳ​ນັ້ນໄດ້​ກໍ່​ໃຫ້ເກີດການ​ປະ​ທະ​ກັນ​ຢ່າງ​ຕໍ່​ເນື່ອງຢູ່ທົ່ວໂລກ, ຈຳແນກ​ມະນຸດ​ທົ່ວ
ປວງ​ຊົນ​ເປັນ​ກຸ່ມ​​ປໍ​ລະ​ປັກ​ກັນ. ພວກ​ເຂົາ​ພວມ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດເຈຕະນາ​ຢາກ​ສະກັດ​ກັ້ນ​ບໍ່​ໃຫ້​ລະບຽບ​ໂລກ​ທີ່​ມີ​ຫຼາຍ​ຂົ້ວ ແລະ
​ເປັນ​ທຳ​ທີ່ແທ້​ຈິງ​ຈໍ່​ຕົວ​ຂຶ້ນ ແລະ ​ເຈດ​ຕະ​ນາ​ບັງຄັບ​ໃຫ້​ໂລກ​ເຄົາລົບ ແລະ ປະຕິບັດ​ຕາມ​ກົດ​ລະບຽບ​ທີ່​ເຫັນແກ່ຕົວ​ຂອງ​ເຂົາເຈົ້າ. ທ່ານ ເດ​
ເມ​ເຄີ ເມ​ຄົນ​ເນັນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ເອ​ທີ​ໂອ​ປີ ກ່າວ​ວ່າ: ການ​ລົງໂທດ​ແຕ່​ຝ່າຍ​ດຽວ
ແລະ ມາດ​ຕະການ​ເສດຖະກິດ​ລັກສະນະ​ບັງຄັບໄດ້​ຝ່າຝືນກົດ​ບັດ​ສະຫະ​ປະຊາ​ຊາດ ແລະ ກົດໝາຍ​ສາກົນ, ເອ​ທີ​ໂອ​ປີ ຄັດຄ້ານ​ການ​ໃຊ້​
ມາດ​ຕະການ​ແບບ​ນີ້​ຕໍ່​ປະເທດ​ພວມ​ພັດທະນາ ແລະ​ ຮຽກຮ້ອງ​ໃຫ້​ປະເທດ​ທີ່​ກ່ຽວຂ້ອງ​ຍົກເລີກ​ມາດ​ຕະການ​ເຫຼົ່າ​ນີ້​ຢ່າງ​ບໍ່​ມີ​ເງື່ອນໄຂ ພ້ອມ​
ເນັ້ນ​ໜັກ​ວ່າ: ປະເທດ​ທີ່​ມີ​ອະທິປະ​ໄຕ​ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ເຈລະຈາ​ທາງ​ການ​ທູດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/09/2023